ອຳນາດການປົກຄອງແຂວງກວາງຕຸ້ງ ໄດ້ຊ່ວຍເຫຼືອເຄື່ອງອຸປະກອນການແພດ ຜ້າອັດປາກ N95 ຈຳນວນ 2000 ອັນ, ຜ້າອັດປາກແພດນຳໃຊ້ພະແນກເຂດນອກ ຈຳນວນ10.000 ອັນ, ຜ້າອັດປາກແພດນຳໃຊ້ທົ່ວໄປ ຈຳນວນ 50.000 ອັນ, ຊຸດປ້ອງກັນພະຍາດ ຈຳນວນ 1000 ຊຸດ, ເຄື່ອງວັດແທກອຸນຫະພູມ ຈຳນວນ 100 ເຄື່ອງ ແລະ ຖົງມືຢາງ ຈຳນວນ 20.000 ຄູ່, ລວມມູນຄ່າ 199,000 ຢວນ ໃຫ້ແກ່ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19.
ໃນວັນຄານ, ທີ 09 ມິຖຸນາ 2020 ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອໍານວຍຄວາມສະດວກທາງການຄ້າຂັ້ນນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູູ່ໂຮງງານແວັດໂຊລາວ
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນໄດ້ມອບອຸປະກອນການແພດໃຫ້ກັບພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ວັນທີ 8 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານສົມພອນ ສອນດາລາ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 5 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ສົງ ເຈ່ເຟິງ ປະທານ ບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ
ນະຄອນຫຼວງໂຊລເຊອຸນ ສ.ເກົາຫຼີ ໄດ້ເປັນເຈົ້າພາບຈັດກອງປະຊຸມທາງໄກສຸດຍອດເຈົ້າຄອງນະຄອນທົ່ວໂລກ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃຫມ່ (COVID-19) ວັນທີ 2 ມິຖຸນາ 2020 ເປັນປະທານຂອງທ່ານ ປາກ ວອນຊຸນ ເຈົ້າຄອງນະຄອນຫຼວງໂຊລ ເຊິ່ງນະຄອນຫຼວງວຽງຈັນໃຫ້ ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການຕ່າງປະເທດ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.