ຕອນເຊົ້າວັນທີ 8 ຕຸລາ 2020 ນີ້ ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ອົງການປົກຄອງນະຄອນຫຼວງວຽງຈັນ ນຳໂດຍທ່ານອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳເອົາລົດກະບະ ຣີໂວ ຈຳນວນ 1 ຄັນ ມາມອບໃຫ້ແກ່ສຳນັກງານໜັງສືພິມວຽງຈັນໃໝ່ ເພື່ອປະກອບສ່ວນຮັບໃຊ້ການເຄື່ອນໄຫວວຽກງານຕ່າງໆຂອງໜັງສືພິມວຽງຈັນໃໝ່
ທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄຳຊາວຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ນາງ ບົວວອນສຸກລາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຈັດຂຶ້ນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາຫົວໜ້າພະແນກການ ແລະອົງການທຽບເທົ່າ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງ.
ໃນວັນພຸດ, ທີ 10 ມິຖຸນາ 2020 ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ເມືອງປາກງື່ມ ໄດ້ລົງຊຸກຍູ້ວຽກງານການຜະລິດກະສິກໍາ ຢູ່ກຸ່ມຜະລິດກະສິກໍາອິນຊີ ບ້ານທ່າຂ້າງ ແລະ ສວນໝາກມັງກອນຢູ່ບ້ານຊຽງແລ, ເມືອງປາກງື່ມ