ທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູວົງ ວົງຄຳຊາວຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຜູ້ເກົ່າ ແລະ ທ່ານ ນາງ ບົວວອນສຸກລາແສງ ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນຈັດຂຶ້ນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາຫົວໜ້າພະແນກການ ແລະອົງການທຽບເທົ່າ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງ.
ໃນພິທີ ທ່ານ ນາງ ດຳດວນ ຈັນທະວົງຮອງຫົວໜ້າຈັດຕັ້ງນະຄອນຫຼວງວຽງຈັນໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນວ່າດ້ວຍການແຕ່ງຕັ້ງວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນວ່າ:ອີງຕາມຂໍ້ຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກນະຄອນຫຼວງວຽງຈັນ ຄັ້ງທີ 87 ສະໄໝທີ VI ແລະອີງຕາມໜັງສືຂອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະບັບເລກທີ 462/ຄຈນວ ເຈົ້າຄອງນະຄອນຫຼວງວຽງຈັນ ແຕ່ງຕັ້ງທ່ານນາງ ບົວວອນສຸກລາແສງ ຮອງຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນເປັນວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນເນື່ອງຈາກວ່າທ່ານ ພູວົງ ວົງຄຳຊາວຖືກແຕ່ງຕັ້ງເປັນຫົວໜ້າໂຄສະນາອົບຮົມນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານກ່າວວ່າ:ການມອບ-ຮັບໜ້າທີ່ຄັ້ງນີ້ແມ່ນມີຄວາມສຳຄັນສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານການນຳຫ້ອງວ່າການນະຄອນຫຼວງວຽງຈັນ ແລະອົງການປົກຄອງໄດ້ສ້າງພະນັກງານໄປຕາມແຜນກຳນົດຂອງການສ້າງແຜນພະນັກງານນຳພາພ້ອມນັ້ນໄດ້ເນັ້ນໜັກໃຫ້ວ່າການແທນຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດບາດ ສິດ ແລະໜ້າທີ່ຂອງຕົນໃຫ້ດີຂຶ້ນກວ່າເກົ່າ ສະເພາະການເປັນເສນາທິການອຳນວຍຄວາມສະດວກສະໜອງຂໍ້ມູນຕ່າງໆໃຫ້ແກ່ການລົງເຄື່ອນໄຫວວຽກງານຂອງການນຳນະຄອນຫຼວງວຽງຈັນເພື່ອໃຫ້ເຮັດໃຫ້ການປະຕິບັດໜ້າທີ່ສຳເລັດຕາມເປົ້າໝາຍ.