ໃນວັນທີ 26ກັນຍາ2019 ນໍາໂດຍທ່ານ ປອ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື ຮັບໂດຍ ທ່ານ ເລັດ ໄຊບະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ທີ່ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໂດຍມີເງິນສົດ 20,000,000 ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ປະກອບມີນ້ຳດື່ມ, ໝີ່ສໍາເລັດຮູບ, ເຂົ້າສານ ແລະ ແນວພັນເຂົ້າ ລວມເປັນເງິນ30,315,000 ກີບ.ລວມມູນຄ່າທັງໝົດ 50,315,000 ກີບ.
ຕາງໜ້າຄະນະບໍລິຫານງານພັກ, ອົງການປົກຄອງ, ສະພາປະຊາຊົນ ແລະ ປະຊາຊົນຊາວ ນະຄອນຫຼວງວຽງຈັນ, ຂໍສະແດງຄວາມເຫັນອົກ ເຫັນໃຈ ເປັນຢ່າງຍິ່ງ ມາຍັງອົງຄະນະພັກອົງການປົກຄອງແຂວງອັດຕະປື ໂດຍສະເພາະ ຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ແລະກໍ່ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ຂອງອົງຄະນະພັກ, ອົງການປົກຄອງແຂວງອັດຕະປືໃນການຮັບມືກັບ ໄພພິບັດໃນຄັ້ງນີ້ ຈະສາມາດຜ່ານເວລາອັນຫຍຸ້ງຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະໄດ້ຮັບການຟື້ນຟູກັບສູ່ສະພາບປົກກະຕິໂດຍໄວ.