ພິທີວາງສີລາລຶກກໍ່ສ້າງໂຮງງານຜະລິດແຜ່ນເມັມໂມຣີດິສ ສຳລັບ Hard Disk Drive ຂອງບໍລິສັດ ໂຮຢາລາວ ຈຳກັດ ຈັດຂຶ້ນວັນທີ 8 ກຸມພາ ຢູ່ເຂດເສດຖະກິດພິເສດກວມລວມໄຊເສດຖາ ໂດຍມີທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ Takeshi Hikihara ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ Eiichiro Ikeda ປະທານເຈົ້າໜ້າທີ່ຝ່າຍປະຕິບັດການບໍລິສັດ HOYA Corporation ພ້ອມດ້ວຍແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ບໍລິສັດ HOYA Corporation ໃຊ້ທຶນຫຼາຍກວ່າ 300 ລ້ານໂດລາສະຫະລັດ ຫຼື ປະມານ 2.569 ຕື້ກີບ ເພື່ອສ້າງຕັ້ງໂຮງງານໂຮຢາລາວຂຶ້ນຢູ່ນະຄອນຫຼວງວຽງຈັນ ເຊິ່ງຈະຜະລິດແຜ່ນເມັມໂມຣີດິສ ສຳລັບ Hard Disk Drive ໂດຍຄາດວ່າຈະສ້າງສຳເລັດ ແລະ ເລີ່ມຜະລິດນັບແຕ່ຕົ້ນປິ 2020 ເປັນຕົ້ນໄປ ເມື່ອໂຮງງານແຫ່ງນີ້ສຳເລັດສົມບູນ ຈະເປັນໂຮງງານແຫ່ງໃໝ່ທີ່ສາມາດຜະລິດແບບຄົບວົງຈອນ ດ້ວຍເຕັກໂນໂລຊີການຜະລິດທີ່ທັນສະໄໝ ໂຮງງານແຫ່ງນີ້ ຍັງຈະເປັນຫົວໃຈສຳຄັນໃນການສະໜັບສະໜູນການຂະຫຍາຍຕົວໃນອະນາຄົດ ຂອງອຸດສາຫະກຳການຜະລິດແຜ່ນເມັມໂມຣີດິສ ປັດຈຸບັນກຸ່ມໂຮຢາ ມີໂຮງງານຜະລິດແຜ່ນເມັມໂມຣີດິສ ສຳລັບ Hard Disk Drive ຢູ່ປະເທດໄທ ແລະ ຫວຽດນາມ.
ສປປ ລາວ ເປັນສະຖານທີ່ໆເໝາະສົມສຳລັບການສ້າງຕັ້ງໂຮງງານຜະລິດແຫ່ງໃໝ່ ໂດຍບໍລິສັດ ໂຮຢາລາວ ຈະມີສ່ວນຊ່ວຍສ້າງວຽກເຮັດງານທຳໃນ ສປປ ລາວ ໄດ້ຫຼາຍກວ່າ 4.000 ຕຳແໜ່ງ ແຜ່ນເມັມໂມຣີດິສ ສຳລັບ Hard Disk Drive ຂອງໂຮຢາ ນອກຈາກຈະນຳໃຊ້ສຳລັບບັນທຶກຂໍ້ມູນໃນຄອມພິວເຕີໂນດບຸກແລ້ວ ຍັງໃຊ້ໃນການຈັດເກັບຂໍ້ມູນໃນ Cloud ລວມເຖິງໃຊ້ບັນທຶກຂໍ້ມູນອຸປະກອນຕ່າງໆ ທີ່ເຊື່ອມຕໍ່ກັບອິນເຕີເນັດອີກດ້ວຍ ເຊິ່ງເມັມໂມຣີຂອງໂຮຢາ ຕອບສະໜອງຄວາມຕ້ອງການຂອງລູກຄ້າ ໂດຍການພັດທະນາດ້ານເຕັກໂນໂລຊີ ແລະ ຄຸນນະພາບຢ່າງຕໍ່ເນື່ອງ.
ທີ່ມາຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່.