ເພື່ອແນໃສ່ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດຂອງເມືອງ ກໍ່ຄືຜູ້ປະກອບກິດຈະການ ແລະ ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງແຂງແຮງຕາມແນວທາງນະໂຍບາຍທີ່ພັກ - ລັດຖະບານວາງໄວ້.
ວັນທີ 17 ພຶດສະພາ 2016 ທ່ານ ບຸນຍັງ ວໍລະຈິດປະທານປະເທດ ແລະ ທ່ານປອ.ສິນລະວົງຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດ ວຽກງານພັດທະນາເສດຖະກິດ - ສັງຄົມຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ສຳລັບການເຄື່ອນໄຫວເຮັດວຽກຂອງການນຳຂັ້ນສູງຄັ້ງນີ້ ໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດນ້ຳຕົກຕາດຊອນ ແດນຫົງ ພູສູງ, ສວນອຸດທະຍານພຶກສາຊາດຊຸມຊົນປະຊາຄົມອາຊຽນ ເຊິ່ງເປັນສະຖານທີ່ສຳຄັນ ແລະ ມີຄວາມສວຍງາມທາງດ້ານທຳມະຊາດທີ່ອຸດົມສົມບູນ ໂດຍການລົງທຶນພັດທະນາທຳມະຊາດພູສູງ ແລະ ປ່າໄມ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດຄົບວົງຈອນ ເພື່ອຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ໃນທ້າຍປີ 2016 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ; ເຊີ່ງ ພັກ - ລັດຖະບານ ໄດ້ເຫັນດີໃຫ້ສະຖານທີ່ທ່ອງທ່ຽວທຳມະຊາດແຫ່ງນີ້ ເປັນສະຖານທີ່ພັກຜ່ອນທາງທຳມະຊາດຂອງບັນດາປະມຸກລັດ ທີ່ເດີນທາງມາຮ່ວມກອງປະຊຸມສຳຄັນດັ່ງກ່າວ.
ນອກຈາກການລົງເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວແລ້ວ ຄະນະນຳຂັ້ນສູງຍັງໄດ້ເຄື່ອນໄຫວຢ້ຽມຢາມ ການດຳເນີນກິດຈະການຂອງບໍລິສັດ ເອັກສພີການຄ້າ ລາວ-ຈີນ ຈຳກັດ ຢູ່ທີ່ບ້ານໜອງສະ ໂດຍບໍລິສັດດັ່ງກ່າວໄດ້ດຳເນີນທຸລະກິດກ່ຽວກັບການລ້ຽງສັດຄົບວົງຈອນ ໂດຍສະເພາະແມ່ນການລ້ຽງໝູ, ຄວາຍ, ງົວພັນ ແລະ ປາ ພ້ອມນີ້ ບໍລິສັດຍັງມີເປົ້າໝາຍສ້າງຕັ້ງ ໂຮງງານຂ້າສັດ ລວມທັງໂຮງງານຜະລິດຫົວອາຫານ ເພື່ອຕອບສະໜອງໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ລ້ຽງສັດເປັນສິນຄ້າ ແລະ ເຄື່ອນໄຫວຢ້ຽມຢາມ ການດຳເນີນງານຂອງບໍລິສັດ ລາວຊູນທ່ຽນສົ່ງເສີມກະສິກຳ ຈຳກັດຜູ້ດຽວ ເຊິ່ງບໍລິສັດລາວຊູນທ່ຽນແມ່ນບໍລິສັດລົງທຶນຂອງນັກທຸລະກິດຈີນ ດຳເນີນກິດຈະການການປູກມັນອ້ອນ ເພື່ອສົ່ງອອກຂາຍຕ່າງປະເທດ.