
ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຄັ້ງທີ 12 ສະໄໝທີ VI ຈັດຂຶ້ນວັນທີ 10-11 ກໍລະກົດ 2018 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງສະຫາຍ ສິນລະວົງຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະປະຈຳພັກ ຄະນະພັກ ນວ ຫົວໜ້າຫ້ອງການ ແລະ ພະແນກການອ້ອມຂ້າງ ນວ ເຂົ້າຮ່ວມ.
ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມກ່ຽວກັບມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍແລະ ແຜນວຽກຈຸດສຸມຂອງລັດຖະບານລວມທັງເອກະສານສຳຄັນຂອງສະພາແຫ່ງຊາດ ເປັນຕົ້ນແມ່ນຮ່າງມະຕິກອງປະຊຸມສະພາວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຜນງົບປະມານແຫ່ງລັດ ປະຈຳ 4 ເດືອນຜ່ານມາການຄາດຄະເນການປະຕິບັດແຜນ 6 ເດືອນຕົ້ນປີ ແລະທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ແລະຮ່າງມະຕິກອງປະຊຸມສະພາວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030.
ນອກຈາກນີ້ ໄດ້ຮັບຟັງການລາຍງານ ແລະປະກອບຄຳຄິດເຫັນກ່ຽວກັບສະພາບການອັນພົ້ນເດັ່ນໃນການນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2018 ແລະໃຫ້ທິດຊີ້ນຳຕໍ່ບົດລາຍງານຂອງອົງການປົກຄອງ ນວທີ່ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວຊຸດທີ I ແລະ ບົດລາຍງານຂອງທ່ານເຈົ້າຄອງນະຄອນ ຫຼວງວຽງຈັນກ່ຽວກັບຜົນຂອງການບໍລິຫານງານໃນໄລຍະເຄິ່ງສະໄໝ ແລະແຜນວຽກຈຸດສຸມ 6 ເດືອນທ້າຍປີ 2018 ແລະການລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການຮຽກການລົງທຶນໂດຍສະເພາະແມ່ນໂຄງການສະເໜີຂໍສຳປະທານທີ່ດິນໃນເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນຈຳນວນ 100 ເຮັກຕາ ຂອງກຸ່ມບໍລິສັດ ພົງສະຫວັນ ຈຳກັດແລະຄະນະຮັບຜິດຊອບຊີ້ນຳການລົງຕິດຕາມ ກວດກາ ແລະຊຸກຍູ້ການດຳເນີນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ MOU ເພື່ອເກັບກຳຂໍ້ມູນອອກແບບ ແລະສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການຕ່າງໆຢູ່ນິຄົມອຸດສາຫະກຳນວ ແລະ ໂຄງການກໍ່ສ້າງວາງລະບົບທໍ່ແຈກຂອງພື້ນທີ່ບໍລິການເມືອງຫາດຊາຍຟອງ ທີ່ມີຄວາມຍາວທັງໝົດ 100 ກິໂລແມັດ (ຮູບແບບ EPC) ມູນຄ່າ 12.864.346 ໂດລາສະຫະລັດທີ່ສະເໜີໂດຍລັດວິສາຫະກິດນ້ຳປະປາ ພະແນກແຜນການ-ການລົງທຶນ ພະແນກການເງິນພະແນກໂຍທາທິການ-ຂົນສົ່ງນວ ແລະ ເມືອງຫາດຊາຍຟອງເພື່ອແນໃສ່ເຮັດໃຫ້ພື້ນຖານໂຄງລ່າງຂອງ ນວ ໄດ້ຮັບການປັບປຸງ ແລະພັດທະນາຍົກລະດັບດີຂຶ້ນເປັນກ້າວໆ.
#ແຫຼ່ງຂ່າວ: ນສພ ວຽງຈັນໃໝ່